ການສຳຫຼວດທາງທໍລະນີເຕັກນິກ

ແຜນງານການສຳຫຼວດພື້ນທີ່ປະກອບມີ:
-
ການເຈາະທາງທໍລະນີເຕັກນິກ,
-
ການທົດລອງດ້ວຍການຕອກຕາມມາດຕະຖານ (SPT),
-
ການທົດລອງອັດຕາການຊືມ, ແລະ
-
ການເກັບຕົວຢ່າງດີນ ແລະ ຫີນ ເພື່ອການທົດລອງໃນຫ້ອງທົດລອງທາງທໍລະນີເຕັກນິກ.

ອຸປະກອນຂອງພວກເຮົາລວມມີ:
- ເຄື່ອງເກັບຕົວຢ່າງ Mazier ສາມຊັ້ນແບບບໍ່ມີການລົບກວນດີນ;
-
ເຄື່ອງເກັບຕົວຢ່າງຝາບາງດ້ວຍລູກສູບໄຮໂດຣລິກ;
-
ກ້ານເກັບແທ່ງຕົວຢ່າງສາມຊັ້ນ; - ກ້ານເກັບແທ່ງຕົວຢ່າງສອງຊັ້ນ;
- ຊຸດອັດອາກາດດ້ວຍສາຍແບບສົ້ນດຽວ ແລະ ສອງສົ້ນສຳລັບການທົດສອບອັດຕາການຊືມຂອງນຳ້ຕາມວິທີລູຈົງ (Lugeon) ໃນຮູເຈາະ.
ການສຳຫຼວດພື້ນທີ່ທາງທໍລະນີເຕັກນິກ, ການເກັບຕົວຢ່າງດີນແບບເປັນກ້ອນຢູ່ ບໍລິສັດ ນູຍຝາວ ມາຍນິງ
ການທົດລອງແພັກເກີຫາອັດຕາການຊືມດ້ວຍເຄື່ອງມືການວັດແທກທີ່ຄວບຄຸມດ້ວຍຄອມພີວເຕີ
ການເກັບຕົວຢ່າງດີນທີ່ບໍ່ມີການລົບກວນດ້ວຍອຸປະກອນເກັບຕົວຢ່າງ Mazier
ການລັອກຮູເຈາະທາງທໍລະນີເຕັກນິກໃຫ້ແກ່ໂຄງການຂຸດຄົ້ນທອງ-ຄຳ ຟຣີດາຣີເວີ
ການທົດລອງຄວາມແຂງຂອງຫີນຢູ່ສະໜາມ ໃຫ້ແກ່ ໂຄງການຂຸດຄົ້ນທອງ-ຄຳ ຟຣີດາຣີເວີ
ຮູບຖາດຕົວຢ່າງຂອງການສຳຫຼວດທາງທໍລະນີເຕັກນິກໃຫ້ແກ່ໂຄງການຂະຫຍາຍເດີ່ນຖອກເສດແຮ່ຂອງບໍ່ຄຳ-ເງີນບ້ານຫ້ວຍຊາຍ
ຕົວຢ່າງທີ່ກຳລັງລັອກຂອງການສຳຫຼວດພື້ນທີ່ຢູ່ບໍລິສັດ ນູຍຝາວ ມາຍນິງ
ກຳລັງເກັບຕົວຢ່າງດ້ວຍ Mazier ທີ່ບໍ່ມີການລົບກວນ ຢູ່ໂຮງງານຫຼອມໂລຫະນູຍຝາວ
ການສຳຫຼວດພື້ນທີ່ທາງທໍລະນີເຕັກນິກເພື່ອສຶກສາຄວາມເຂົ້າໃຈໃຫ້ແກ່ໂຄງການເຂື່ອນໄຟຟ້ານຳ້ຕົກ KPGNN1. ວຽກທີ່ເຮັດລວມມີການເຈາະສຳຫຼວດທາງທໍລະນີເຕັກນິກ, ການທົດລອງພາກສະໜາມ, ແລະ ການເກັບຕົວຢ່າງດີນແບບບໍ່ມີການລົບກວນຈາກທັງຮູເຈາະເທິງບົກ ແລະ ຢູ່ໃຕ້ແມ່ນຳ້; ແລະ ການສຳຫຼວດດ້ວຍຄື້ນສຽງ ຫຼື ລະບົບໄຊສະມິກ
ໂອເທັກ ອິນເຕີເນຊັນນໍ ໄດ້ສະໜອງການເຈາະຮູດີນ, ການລັອກຕົວຢ່າງ, ການຕອກ SPT, ການເກັບຕົວຢ່າງດີນແບບບໍ່ມີການລົບກວນ, ແລະ ການທົດລອງອັດຕາການຊືມພາກສະໜາມໃຫ້ບັນດາຮູເຈາະທາງທໍລະນີເຕັກນິກທີ່ເຈາະໃຫ້ແກ່ໂຄງການປັບປຸງອ່າງເກັບນຳ້ຂອງ JICA ຢູ່ຕົວເມືອງມາຈູໂຣ ເອໂທ (Majuro Atoll), ປະເທດສາທາລະນະລັດ ເກາະມາໂຊລ໌ (Republic of the Marshall Islands).
ການສຳຫຼວດພື້ນທີ່ທາງທໍລະນີເຕັກນິກ, ການຕິດຕັ້ງທໍ່ຕິດຕາມນຳ້ໃຕ້ດີນ, ປີໂຊມີເຕີແບບສັ່ນໄກວແລະ ອິນຄລີໂນມີເຕີ ຢູ່ອ່າງເກັບຫາງແຮ່ (TSF) ຂອງໂຄງການພູຄຳ
Lao
Registered Lao Office:
Road No 7, Ban Phonsavanxay