The Company

ໂອເທັກ ອິນເຕີເນຊັນນໍ ເປັນບໍລິສັດ ນັກວິສະວະກອນ ແລະ ຜູ້ຮັບວຽກມອບເໝົາທາງທໍລະນີເຕັກນິກ ເຊິ່ງດຳເນີນທຸລະກິດທົ່ວອາຊີຕາເວັນອອກສ່ຽງໃຕ້ ແລະ ຕອນໃຕ້ຂອງພາກພື້ນປາຊີຟິກຈາກບັນດາສຳນັກງານປະຈຳສິງກະໂປ, ຫວຽດນາມ, ລາວ ແລະ ອົດສະຕາລີ.
ທາງບໍລິສັດມີວຸດທິ ແລະ ປະສົບການໃນການໃຫ້ບໍລິການສຶກສາຄວາມເປັນໄປໄດ້ ແລະ ການອອກແບບ, ການອອກແບບກໍ່ສ້າງ, ແລະ ການບໍລິຫານງານກໍ່ສ້າງໃຫ້ແກ່ໂຄງການກໍ່ສ້າງເຂື່ອນໄຟຟ້ານຳ້ຕົກ, ໂຄງການພະລັງງານທົດແທນ, ໂຄງການຂຸດຄົ້ນບໍ່ແຮ່ ແລະ ໂຄງການພື້ນຖານໂຄງລ່າງຕ່າງໆ ທີ່ມີຂະໜາດນ້ອຍຫາຂະໜາດກາງ.
ນອກນີ້ທາງບໍລິສັດຍັງມີປະສົບການໃນການສຳຫຼວດວຽກທໍລະນີເຕັກນິກ ແລະ ວຽກໂຄງສ້າງດ້ວຍການອອກແບບພາກສະໜາມ, ການເຈາະ, ການເກັບຕົວຢ່າງ, ການທົດລອງພາກສະໜາມ, ແລະ ການລາຍງານທາງທໍລະນີເຕັກນິກ ໃຫ້ແກ່ບັນດາໂຄງການພັດທະນາພະລັງງານໄຟຟ້ານຳ້ຕົກ, ພະລັງງານທົດແທນ ແລະ ການຂຸດຄົ້ນບໍ່ແຮ່; ແລະ ບັນດາອົງການໃຫ້ທຶນໂຄງການນາໆຊາດ.
ທາງບໍລິສັດໃຫ້ບໍລິການການກໍ່ສ້າງທີ່ມີຄວາມຊຳນານເປັນພິເສດເຊິ່ງລວມມີການປັບປຸງພື້ນທີ່ກໍ່ສ້າງ ແລະ ການອັດຊ່ອງວ່າງຮາກຖານ.
ພ້ອມນັ້ນທາງບໍລິສັດຍັງມີປະສົບການໃນການໃຫ້ບໍລິການເຄື່ອງມືດ້ານທໍລະນີເຕັກນິກ ແລະ ດ້ານໂຄງສ້າງຜ່ານການອອກແບບ, ການສະໜອງ, ການຕິດຕັ້ງ ແລະ ການຕິດຕາມກວດກາພຶດຕິກຳ ຂອງເຂື່ອນໄຟຟ້າ ແລະ ເຂື່ອນບໍ່ແຮ່, ແລະ ໂຄງສ້າງໃຫ້ແກ່ບັນດາໂຄງການພັດທະນາພະລັງງານໄຟຟ້ານຳ້ຕົກ, ພະລັງງານທົດແທນ ແລະ ການຂຸດຄົ້ນບໍ່ແຮ່ສາກົນ ແລະ ທ້ອງຖິ່ນ; ແລະ ບັນດາໂຄງການນາໆຊາດ.
ທາງບໍລິສັດຊ່ວຍບັນດາບໍລິສັດວິສະວະກຳສາກົນທີ່ດຳເນີນທຸລະກິດໃນພາກພື້ອາຊີຕາເວັນອອກ ສ່ຽງໃຕ້ ດ້ວຍການໃຫ້ບໍລິການໃນການເຈາະ, ການເກັບຕົວຢ່າງ, ການທົດລອງພາກສະໜາມ ແລະ ການທົດລອງໃນຫ້ອງທົດລອງດ້ານທໍລະນີເຕັກນິກທີ່ໄດ້ຄຸນະພາບລະດັບສາກົນ

ດາວໂລດໂບຣຊົວຂອງບໍລິສັດ

ຂໍ້ມູນເພີ່ມຕື່ມກ່ຽວກັບບັນດາໂຄງການທີ່ເປັນຕົວຢ່າງຂອງພວກເຮົາ

TYPICAL PROJECT PROFILE

ການເຈາະສຳຫຼວດພື້ນທີ່ທາງທໍລະນີເຕັກນິກ ແລະ ປຳ້ປູນເທເສົາເຂັມຂະໜາດນ້ອຍເພື່ອການສ້ອມແປງຮາກຖານຂອງລະບົນສາຍພານລຳລຽງແຮ່ໝາຍເລກ CV02 ຢູ່ພູຄຳ

ການເຈາະ ແລະ ການປຳ້ປູນອັດຊ່ອງວ່າງຂອງມ່ານເພື່ອຄວບຄຸມອັດຕາການຊືມຢູ່ກ້ອງ ແລະ ອ້ອມແອ້ມຝາຄຳ້ສອງດ້ານຢູ່ທາງນຳ້ລົ້ນຂອງອ່າງເກັບຫາງແຮ່

ການສຳຫຼວດພື້ນທີ່ທາງທໍລະນີເຕັກນິກ, ການຕິດຕັ້ງທໍ່ຕິດຕາມນຳ້ໃຕ້ດີນ, ປີໂຊມີເຕີແບບສັ່ນໄກວແລະ ອິນຄລີໂນມີເຕີ ຢູ່ອ່າງເກັບຫາງແຮ່ (TSF) ຂອງໂຄງການພູຄຳ

Geotech International Company Brochure

Geotech International Company Brochure
Typical Project Profile Geotechnical Site Investigation
Typical Project Profile Foudation Grouting Work
Typical Project Profile Dam Instrumentation and Safety Monitoring
Lao
Registered Lao Office:
Road No 7, Ban Phonsavanxay