ການບໍລິການທາງວິສະວະກຳ ແລະ ການຮັບເໝົາວຽກທາງທໍລະນີເຕັກນິກ

ການບໍລິການຂອງພວກເຮົາ

ຈີໂອເທັກ ອິນເຕີເນຊັນນໍ ແລະ ບັນດາບໍລິສັດທີ່ກ່ຽວຂ້ອງໄດ້ຈັດຕັ້ງຄວາມອາດສາມາດເປັນເວລາຫຼາຍກວ່າ 15 ປີ ກັບລູກຄ້າສາກົນທີ່ມີຄຸນະພາບໃນຂົງເຂດວຽກງານຂ້າງລຸ່ມນີ້ພາຍໃນຂົງເຂດດຳເນີນທຸລະກິດໃນແຫຼມອິນດູຈີນ ແລະ ອາຊີຕາເວັນອອກສ່ຽງໃຕ້:

- ການສຶກສາຄວາມເປັນໄປໄດ້ຂອງເຂື່ອນໄຟຟ້ານຳ້ຕົກ; ແລະ ການໃຫ້ບໍລິການໃນການຂຽນບົດລາຍງານຄວາມເປັນໄປໄດ້ຂອງໂຄງການ

- ວິສະວະກຳທໍລະນີເຕັກນິກ

- ການຄຸ້ມຄອງໂຄງການທໍລະນີເຕັກນິກ - ການເຈາະ ແລະ ເກັບຕົວຢ່າງທາງທໍລະນີເຕັກນິກ

- ການຕິດຕັ້ງເຄື່ອງມືທໍລະນີເຕັກນິກ ແລະ ໂຄງສ້າງ ແລະ ການຕິດຕາມກວດກາ

- ການວິເຄາະ ແລະ ອອກແບບເຂື່ອນດີນ

- ການກວດກາຄວາມປອດໄພຂອງເຂື່ອນ ແລະ ການອອກແບບການສ້ອມແປງອ່າງເກັບນຳ້ທີ່ບໍ່ປອດໄພ

- ການສຶກສານຳ້ໃຕ້ດີນ ແລະ ນຳ້ໜ້າດີນໃຫ້ແກ່ໂຄງການໄຟຟ້ານຳ້ຕົກ

- ການທົດລອງພາກສະໜາມທາງທໍລະນີເຕັກນິກ ແລະ ທໍລະນີຟີຊິກ

- ການຕິດຕາມກວດກາການກໍ່ສ້າງດ້ວຍການທົດລອງຄວບຄຸມຄຸນະພາບ ແລະ ຢັ້ງຢືນຄຸນະພາບ (QC ແລະ QA) ແລະ ການກວດສອບ

- ການປະເມີນ ແລະ ກວດສອບຫ້ອງທົດລອງດີນ

ການຕະຫຼາດ, ການຂາຍ ແລະ ການບໍລິການກ່ຽວກັບອຸຸປະກອນ ໂຄງການທໍລະນີເຕັກນິກ ແລະ ເຂື່ອນໄຟຟ້ານຳ້ຕົກດ້ວຍເຕັກໂນໂລຢີຂັ້ນສູງ

ການພັດທະນາພະລັງງານທົດແທນ
ຈີໂອເທັນ ອິນເຕີເນຊັນນໍ ສະໜອງການອອກແບບຄົບຖ້ວນ ແລະ ການບໍລິການຕໍ່ການກໍ່ສ້າງໃຫ້ແກ່ໂຄງການພະລັງງານທົດແທນ - ການພັດທະນາພະລັງງານໄຟຟ້ານຳ້ຕົກ, ໄຟຟ້າແສງອາທິດ, ແລະ ໄຟຟ້າດ້ວຍກະແສລົມ
Alternate Energy
Project Component
ອົງປະກອບຂອງໂຄງການພະລັງງານທົດແທນ
Specialized Experience and Capabilities
ປະສົບການ ແລະ ຄວາມອາດສາມາດທີ່ຊ່ຽວຊານ
ການສຶກສາຄວາມເປັນໄປໄດ້ ການອອກແບບ ແລະ ການລາຍງານລະດັບຄວາມເປັນໄປໄດ້: ການສຶກສາກ່ຽວກັບອຸທົກກະສາດ ແລະ ອຸຕຸນິຍົມ; ການສຶກສາກ່ຽວກັບນຳ້; ຄວາມພ້ອມຂອງວັດສະດຸກໍ່ສ້າງທີ່ມີການວັດແທກ ແລະ ປະເມີນປະລິມານ ແລະ ຄຸນະພາບ; ຄວາມຕ້ອງການເຄື່ອງຈັກປຳ້ນຳ້, ການວິເຄາະມູນຄ່າ, ການປະມານລາຄາກໍ່ສ້າງ; ການປະກອບເອກະສານເສດຖະກິດ; ການນຳສະເໜີຕໍ່ຜູ້ໃຫ້ການກູ້ຢືມ ແລະ ຜູ້ອະນຸມັດ
ການສະຫຼວດພື້ນທີ່ ການອອກແບບ ແລະ ພຶດຕິກຳຂອງແຜນການເຈາະ ແລະ ເກັບຕົວຢ່າງ: ການເກັບຕົວຢ່າງຈາກຮູເຈາະ ແລະ ການທົດສອບ; ການທົດສອບໃນຫ້ອງທົດລອງ; ການຄວບຄຸມຄຸນະພາບ (QC) ແລະ ການຢັ້ງຢືນຄຸນະພາບ (QA) ຂອງທຸກໜ້າວຽກ
ການທົດສອບພາກສະໜາມ ແລະ ການນຳໃຊ້ເຄື່ອງມື ທຸກຮູບແບບຂອງການທົດສອບໃນພາກສະໜາມ: ການທົດສອບຫາອັດຕາການຊືມດ້ວຍວິທີລູຈົງ; ປີໂຊຄອນ, ຟີ່ວເວນເຊຍ, ການໃຊ້ເຄື່ອງມື ແລະ ການວັດແທກໃນພາກສະໜາມເພື່ອສຶກສາເບິ່ງສະພາບພື້ນດີນ; ການຄວບຄຸມຄຸນະພາບ ແລະ ການຢັ້ງຢືນຄຸນະພາບຕາມການຕິດຕາມກວດກາ ແລະ ການລາຍງານຂອງທຸກໜ້າວຽກ
ການສຶກສາກ່ຽວກັບອຸທົກກະສາດ-ທໍລະນີສາດ ການພັດທະນາຖານຂໍ້ມູນທາງອຸທົກກະສາດ-ທໍລະນີສາດ, ການຈຳລອງນຳ້ໃຕ້ດີນໃນຮູບແບບ 2 ມິຕິ ແລະ 3 ມິຕິ, ການພິສູດການຈຳລອງ, ແລະ ການນຳໃຊ້ການຈຳລອງເຂົ້າໃນການລະບາຍນຳ້ເພື່ອການກໍ່ສ້າງ ແລະ ການປ່ຽນທິດທາງເດີນຂອງແມ່ນຳ້; ການຈັດການພາກສະໜາມກ່ຽວກັບການເກັບກຳຂໍ້ມູນທາງອຸທົກກະສາດ-ທໍລະນີສາດ ແລະ ການທົດສອບ; ການພັດທະນາຖານຂໍ້ມູນທາງອຸທົກກະສາດ-ທໍລະນີສາດ; ການວິເຄາະ ແລະ ການທົດສອບທາງຄະນິດສາດເພື່ອການລະບາຍນຳ້, ການສ້າງຄວາມສະຖຽນລະພາບຂອງໜ້າສະລົບ ແລະ ການປ້ອງກັນນຳ້ໜ້າດີນ
ການອອກແບບໂຄງການ ວຽກໃນລະດັບການອອກແບບການສຶກສາຄວາມເປັນໄປໄດ້, ຂັ້ນຕົ້ນ, ຂັ້ນລະອຽດ ແລະ ຂັ້ນກໍ່ສ້າງ: ເຂື່ອນ ແລະ ອ່າງໂຕ່ງ; ອຸທົກກະສາດ ແລະ ນຳ້; ການພັດພາຂອງນຳ້; ອຸໂມງ ແລະ ປະຕູນຳ້; ໂຮງງານໄຟຟ້າ; ເຄື່ອງຈັກປຳ້ນຳ້ ແລະ ເຄື່ອງຈັກຜະລິດໄຟ; ເດີ່ນສະຫຼັບໄຟຟ້າ; ສາຍໄຟແຮງສູງ
ການຕິດຕາມກວດກາພຶດຕິກຳຂອງເຂື່ອນ ການອອກແບບລະບົບເຄື່ອງມື, ການຈັດຫາ ແລະ ການຕິດຕັ້ງ; ການເກັບຂໍ້ມູນ ແລະ ການສົ່ງຂໍ້ມູນ; ລະບົບການວິເຄາະຂໍ້ມູນ; ການປະເມີນຄ່າການວັດແທກທີ່ປອດໄພ ແລະ ບໍ່ປອດໄພ; ລະບົບປຸກເຕືອນ
ການບໍລິຫານ ແລະ ການຄວບຄຸມການກໍ່ສ້າງ ການຕິດຕາມກວດກາ ແລະ ການຈັດການພຶດຕິກຳຂອງຜູ້ຮັບເໝົາ; ການທົດສອບວັດສະດຸກໍ່ສ້າງທັງໃນພາກສະໜາມ ແລະ ໃນຫ້ອງທົດລອງເພື່ອຄວບຄຸມຄຸນະພາບ (QC); ການຈັດການ ແລະ ການລາຍງານກ່ຽວກັບການຢັ້ງຢືນຄຸນະພາບ (QA).
ການຕິດຕາມກວດກາຄວາມປອດໄພຂອງເຂື່ອນ ແລະ ການກໍ່ສ້າງສ້ອມແປງ ນັກກວດກາຄວາມປອດໄພຂອງເຂື່ອນທີ່ມີວຸດທິ ແລະ ຜ່ານການຝຶກອົບຮົມລະດັບສາກົນ ແລະ ການກວດກາ; ການວິເຄາະຄວາມສ່ຽງ; ການອອກແບບສ້ອມແປງເພື່ອປັບປຸງພຶດຕິກຳຂອງໂຄງສ້າງທີ່ບໍ່ປອດໄພ; ການກະກຽມແຜນການປະຕິບັດເວລາສຸກເສີນ; ການສຳຫຼວດແບບພັບ ແລະ ການໂຕ້ຕອບເວລາສຸກເສີນ; ການຝຶກອົບຮົມ ແລະ ການຈຳລອງ.
ການສຳຫຼວດດີນ ແລະ ການບໍລິການພາກສະໜາມທາງທໍລະນີເຕັກນິກຂອງວັດສະດຸກໍ່ສ້າງ
ຈີໂອເທັກ ອິນເຕີເນຊັນນໍມີພື້ນຖານຄວາມອາດສາມາດ, ປະສົບການ ແລະ ລູກຄ້າດັ່ງຕໍ່ໄປນີ້ໃນການສະໜອງການໃຫ້ບໍລິການເຈາະ, ເກັບຕົວຢ່າງ, ທົດສອບທັງໃນພາກສະໜາມ ແລະ ໃນຫ້ອງທົດລອງ ແລະ ການບໍລິການຂຽນບົດລາຍງານທາງວິຊາການ. ການບໍລິການເຫຼົ່ານີ້ເປີດໃຫ້ໃຊ້ທົ່ວ ອາຊີຕາເວັນອອກສ່ຽງໃຕ້ ແລະ ຂົງເຂດປາຊີຟິກຕອນໃຕ້.
Market
Segment
ຂອບເຂດຂອງຕະຫຼາດ
Specialized Experience
ປະສົບການທີ່ຊ່ຽວຊານ
Typical
Clients
ລູກຄ້າປະຈຳ
ວິສະວະກຳທໍລະນີເຕັກນິກ, ການອອກແບບຮາກຖານ ແລະ ການສຳຫຼວດດີນ ການອອກແບບ ແລະ ການບໍລິຫານໂຄງການເຈາະ ແລະ ເກັບຕົວຢ່າງທາງທໍລະນີເຕັກນິກ; ການຄວບຄຸມຄຸນະພາບ (QC) ແລະ ການຢັ້ງຢືນຄຸນະພາບ (QA) ຂອງການກໍ່ສ້າງ; ການຕິດຕັ້ງເຄື່ອງມື ແລະ ການຕິດຕາມກວດກາພຶດຕິກຳຂອງໂຄງສ້າງວຽກໂຍທາ ແລະ ວຽກການຖົມດີນຕ່າງໆ ບັນດາໂຄງການພັດທະນາເອກະຊົນ, ບັນດາເຈົ້າຂອງທຸລະກິດສ່ວນຕົວ ແລະ ອົງກອນທີ່ປຶກສາ; ບັນດາໂຄງການ ODA; ບັນດາກະຊວງ ແລະ ພະແນກການຂອງລັດຖະບານ; ບັນດາອົງການຊ່ວຍເຫຼືອຂອງສາກົນ; ບັນດາອົງການໃຫ້ການກູ້ຢືມ ຫຼາຍຊາດ
ການທົດສອບພາກສະໜາມ ປີໂຊໂຊນ; ຟີ່ວເວນເຊຍ, ການທົດສອບຫາອັດຕາການຊືມດ້ວຍວິທີລູຈົງ, ການທົດລອງເພື່ອການຄວບຄຸມຄຸນະພາບ (QC) ແລະ ການຢັ້ງຢືນຄຸນະພາບ (QA) ບັນດານັກພັດທະນາເອກະຊົນ, ບັນດາເຈົ້າຂອງທຸລະກິດສ່ວນຕົວ ແລະ ອົງກອນທີ່ປຶກສາ; ບັນດາໂຄງການ ODA
ອຸທົກກະສາດ-ທໍລະນີສາດສຳລັບອຸດສະຫະກຳໄຟຟ້ານຳ້ຕົກ ແລະ ການຂຸດຄົ້ນບໍ່ແຮ່ ການພັດທະນາຖານຂໍ້ມູນທາງອຸທົກກະສາດ-ທໍລະນີສາດ, ການຈຳລອງນຳ້ໃຕ້ດີນໃນຮູບແບບ 2 ມິຕິ ແລະ 3 ມິຕິ, ການພິສູດການຈຳລອງ, ແລະ ການນຳໃຊ້ການຈຳລອງເຂົ້າໃນການລະບາຍນຳ້ເພື່ອການຂຸດຄົ້ນບໍ່ແຮ່ ແລະ ການສ້າງຄວາມສະຖຽນລະພາບຂອງຝາບໍ່; ການຈັດການພາກສະໜາມກ່ຽວກັບການເກັບກຳຂໍ້ມູນທາງອຸທົກກະສາດ-ທໍລະນີສາດ ແລະ ການທົດສອບ; ການພັດທະນາຖານຂໍ້ມູນທາງອຸທົກກະສາດ-ທໍລະນີສາດ; ການວິເຄາະ ແລະ ການທົດສອບທາງຄະນິດສາດເພື່ອການລະບາຍນຳ້, ການສ້າງຄວາມສະຖຽນລະພາບຂອງໜ້າຄ້ອຍ ແລະ ການປ້ອງກັນນຳ້ໜ້າດີນ ບັນດາໂຄງການຂຸດຄົ້ນບໍ່ແຮ່ພາຍໃນ ແລະ ສາກົນ; ບັນດາໂຄງການໄຟຟ້ານຳ້ຕົກສາກົນ ແລະ ພາຍໃນ
ການອອກແບບເຂື່ອນດີນ ແລະ ເຂື່ອນຄອນກຣີດເສີມເຫຼັກ ການສຳຫຼວດພື້ນທີ່; ການສຳຫຼວດວັດສະດຸ ແລະ ການຈັດການຊັບພະຍາກອນ; ການອອກແບບຮາກຖານ; ການອອກແບບດີນຖົມ; ການອອກເອກະສານສັນຍາກໍ່ສ້າງ; ການຈັດການການກໍ່ສ້າງໃນໜ້າທີ່ເປັນຜູ້ຄວບຄຸມຄຸນະພາບ (QC) ແລະ ຢັ້ງຢືນຄຸນະພາບ (QA) ບັນດາເຈົ້າຂອງທຸລະກິດເອກະຊົນ; ບັນດາອົງການລັດຖະບານ; ບັນດາອົງການໃຫ້ທຶນລະຫວ່າງສອງປະເທດ; ບັນດາອົງການໃຫ້ເງິນທຶນຫຼາຍຊາດ
ການບໍລິຫານຈັດການ ແລະ ການຕິດຕາມກວດກາການກໍ່ສ້າງ ການຕິດຕາມກວດກາພຶດຕິກຳ ແລະ ການຄຸ້ມຄອງຜູ້ຮັບເໝົາ; ການທົດສອບເພື່ອການຄວບຄຸມຄຸນະພາບ (QC) ແລະ ການຢັ້ງຢືນຄຸນະພາບ (QA) ຂອງການກໍ່ສ້າງ ແລະ ການລາຍງານ ບັນດານັກພັດທະນາເອກະຊົນ, ບັນດາເຈົ້າຂອງທຸລະກິດສ່ວນຕົວ ແລະ ບັນດາອົງກອນທີ່ປຶກສາ
ການຕິດຕາມກວດກາຄວາມປອດໄພຂອງເຂື່ອນ ແລະ ການກໍ່ສ້າງສ້ອມແປງ ນັກກວດກາຄວາມປອດໄພຂອງເຂື່ອນທີ່ມີວຸດທິ ແລະ ຜ່ານການຝຶກອົບຮົມລະດັບສາກົນ ແລະ ການກວດກາ; ການວິເຄາະຄວາມສ່ຽງ; ການອອກແບບສ້ອມແປງເພື່ອປັບປຸງພຶດຕິກຳຂອງໂຄງສ້າງທີ່ບໍ່ປອດໄພ; ການສ້າງຄູ່ມືຄວາມປອດໄພຂອງເຂື່ອນ ແລະ ການສ້າງແຜນການປະຕິບັດເວລາສຸກເສີນ ບັນດາໂຄງການຂຸດຄົ້ນບໍ່ແຮ່, ບັນດາໂຄງການໄຟຟ້ານຳ້ຕົກ, ແລະ ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຂອງລັດຖະບານ
GEOTECHNICAL INVESTIGATION
Geotechnical site investigation at Phu Kham waste dump
GEOTECHNICAL INSTRUMENTATION
Supply and installation of instrumentation
OUR PROJECT LIST
Companies Major Project Work
GEOTECHNICAL INVESTIGATION
Geotechnical Investigation at BHX Closure Spillway
Lao
Registered Lao Office:
Road No 7, Ban Phonsavanxay